KARZO

KARZO CAR CARE · LAOS

ນ້ຳຢາລ້າງລົດ ແລະ ໂຟມລ້າງລົດ KARZO ສຳລັບຮ້ານລ້າງລົດ ແລະ ຜູ້ໃຊ້ລົດໃນວຽງຈັນ

KARZO ຈຳໜ່າຍນ້ຳຢາລ້າງລົດ, ໂຟມລ້າງລົດ ແລະ ຜະລິດຕະພັນດູແລລົດ ສຳລັບລູກຄ້າທົ່ວໄປ, ຮ້ານຄາແຄ, ຮ້ານລ້າງລົດ, ອູ່ລົດ ແລະ ຕົວແທນຈຳໜ່າຍ ໃນນະຄອນຫຼວງວຽງຈັນ ແລະ ທົ່ວປະເທດລາວ.

ສອບຖາມລາຄາຜ່ານ WhatsApp

ໂຟມລ້າງລົດ KARZO ທີ່ແນະນຳ

ໂຟມລ້າງລົດ KARZO SNOW X

KARZO SNOW X #KZ01

ໂຟມລ້າງລົດສູດເຂັ້ມຂຸ້ນ ໃຫ້ຟອງນຸ່ມລະອຽດ ກະຈາຍທົ່ວພື້ນຜິວ ຊ່ວຍກຳຈັດຄາບເປື້ອນ ແລະ ສິ່ງຕົກຄ້າງເທິງຕົວລົດ ລ້າງງ່າຍ ຫຼຸດການອອກແຮງຂັດ ແລະ ຊ່ວຍດູແລພື້ນຜິວສີລົດ.

  • ຟອງນຸ່ມລະອຽດ
  • ຊ່ວຍດູແລພື້ນຜິວຂອງລົດ
  • ເໝາະກັບລົດຍົນ, ລົດຈັກ ແລະ ລົດທຸກປະເພດ

ອັດຕາສ່ວນ: ນ້ຳຢາ 0.5–1 ລິດ ຕໍ່ ນ້ຳສະອາດ 60 ລິດ ໃນຖັງສີດໂຟມ

ຂະໜາດ: 5L, 30L

ເບິ່ງລາຍລະອຽດ SNOW X
ໂຟມລ້າງລົດ KARZO ULTRA X

KARZO ULTRA X #KZ-013

ໂຟມລ້າງລົດສູດເຂັ້ມຂຸ້ນ ພະລັງສະຫຼາຍຄາບສຳລັບງານລ້າງລົດ ເນື້ອໂຟມເກາະພື້ນຜິວ ຊ່ວຍໃຫ້ຄາບອ່ອນຕົວ ແລະ ຫຼຸດອອກງ່າຍຂຶ້ນ.

  • ພະລັງສະຫຼາຍຄາບ
  • ເນື້ອໂຟມເກາະພື້ນຜິວ
  • ເໝາະກັບລົດຍົນ, ລົດຈັກ ແລະ ລົດທຸກຊະນິດ

ອັດຕາສ່ວນ: ຫົວເຊື້ອ 1 ລິດ ຕໍ່ ນ້ຳສະອາດ 5 ລິດ, ປະໄວ້ 1–2 ນາທີ ແລ້ວລ້າງອອກ

ເບິ່ງລາຍລະອຽດ ULTRA X

ນ້ຳຢາລ້າງລົດລາຄາສົ່ງ ສຳລັບທຸລະກິດ

ຮ້ານລ້າງລົດ, ຮ້ານຄາແຄ, ອູ່ລົດ, ໂຊວ໌ຣູມ ແລະ ຕົວແທນຈຳໜ່າຍ ທີ່ຕ້ອງການສັ່ງນ້ຳຢາລ້າງລົດໃນປະລິມານຫຼາຍ ສາມາດຂໍລາຄາສົ່ງໄດ້ໂດຍກົງຈາກທີມງານ KARZO.

ນ້ຳຢາລ້າງລົດວຽງຈັນ ແລະ ຈັດສົ່ງທົ່ວລາວ

ໃຫ້ບໍລິການຈັດສົ່ງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ເຊັ່ນ ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື.

ຄຳຖາມທີ່ພົບເລື້ອຍ

ນ້ຳຢາລ້າງລົດ KARZO ມີຂາຍຢູ່ວຽງຈັນບໍ່?

ມີ. KARZO ຈຳໜ່າຍ ແລະ ຈັດສົ່ງນ້ຳຢາລ້າງລົດໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆທົ່ວປະເທດລາວ. ສອບຖາມສະຕັອກ ແລະ ການຈັດສົ່ງໄດ້ຜ່ານ WhatsApp.

ມີລາຄາສົ່ງສຳລັບຮ້ານລ້າງລົດບໍ່?

ມີລາຄາສົ່ງສຳລັບຮ້ານຄາແຄ, ຮ້ານລ້າງລົດ, ອູ່ລົດ, ໂຊວ໌ຣູມ ແລະ ຕົວແທນຈຳໜ່າຍ. ລາຄາຂຶ້ນກັບປະລິມານ ກະລຸນາຕິດຕໍ່ທີມງານເພື່ອຮັບລາຄາລ່າສຸດ.

SNOW X ແລະ ULTRA X ຕ່າງກັນແນວໃດ?

SNOW X ເນັ້ນຟອງນຸ່ມລະອຽດ ໃຊ້ອັດຕາ 0.5–1 ລິດ ຕໍ່ນ້ຳ 60 ລິດ. ULTRA X ເນັ້ນພະລັງສະຫຼາຍຄາບ ໃຊ້ອັດຕາ 1 ລິດ ຕໍ່ນ້ຳ 5 ລິດ.

ໂຟມລ້າງລົດ SNOW X ມີຂະໜາດໃດແດ່?

SNOW X ມີຂະໜາດ 5 ລິດ ແລະ 30 ລິດ.